ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ຈະເຣີນອານາປານະສະຕິ
ມີອານິສົງເປັນອະເນກປະການ ໑໓
- ບາລີ ມຫາວາຣ. ສັງ. ໑໙/໔໐໐-໔໐໔/໑໓໒໗-໑໓໔໗.
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມມີຜົນໃຫຍ່ ມີອານິສົງໃຫຍ່ ກໍອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງມີຜົນໃຫຍ່ ມີອານິສົງໃຫຍ່ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົານັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າສັ້ັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ
(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໑-໔ ທຸກປະການ).
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ດັ່ງນີ້ແລ ຍ່ອມມີຜົນໃຫຍ່ ມີອານິສົງໃຫຍ່.
ຈິຕຫຼຸດພົ້ນຈາກອາສະວະ
ພິກຂຸທັງຫຼາຍ ! ແມ່ນວ່າເຮົາເອງ ເມື່ອຍັງບໍ່ຕຣັສຮູ້ ກ່ອນການຕຣັສຮູ້ ຍັງເປັນໂພທິສັຕຢູ່ ຍ່ອມຢູ່ດ້ວຍວິຫາຣະທັມນີ້ເປັນສ່ວນໃຫຍ່. ພິກຂຸທັງຫຼາຍ ! ເມື່ອເຮົາຢູ່ດ້ວຍວິຫາຣະທັມນີ້ ເປັນສ່ວນໃຫຍ່ ກາຍກໍບໍ່ລໍາບາກ ຕາກໍບໍ່ລໍາບາກ ແລະ ຈິຕຂອງເຮົາກໍຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຖືໝັ້ນດ້ວຍອຸປາທານ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາວ່າ “ກາຍຂອງເຮົາບໍ່ຕ້ອງລໍາບາກ ຕາຂອງເຮົາບໍ່ຕ້ອງລໍາບາກ ແລະຈິຕຂອງເຮົາຈົ່ງຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຖືໝັ້ນດ້ວຍອຸປາທານ” ດັ່ງນີ້ແລ້ວ ນັ້ນ
ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຍ່ອມຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພຸດທະວະຈະນະ - ໝວດທັມ
ລະຄວາມດໍາຣິອັນອາໄສເຮືອນ
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາວ່າ “ຄວາມລະນຶກແລະດໍາຣິອັນອາໄສເຮືອນເຫຼົ່າໃດຂອງເຂົາມີຢູ່ ຄວາມລະນຶກແລະຄວາມດໍາຣິເຫຼົ່ານັ້ນ ຈົ່ງດັບສິ້ນໄປ” ດັ່ງນີ້ແລ້ວນັ້ນ
ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ຄວບຄຸມຄວາມຮູ້ສຶກກຽ່ວກັບບໍ່ປະຕິກູລະ
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາວ່າ “ເຮົາຈົ່ງເປັນຜູ້ມີສັນຍາວ່າ ປະຕິກູລະໃນສິ່ງທີ່ບໍ່ເປັນປະຕິກູລະຢູ່ເຖີ້ນ” ດັ່ງນີ້ແລ້ວນັ້ນ
ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸ
ປາຖະໜາວ່າ “ເຮົາຈົ່ງເປັນຜູ້ມີສັນຍາວ່າ ບໍ່ປະຕິກູລະໃນສິ່ງທີ່ປະຕິກູລະຢູ່ເຖີ້ນ” ດັ່ງນີ້ແລ້ວນັ້ນ
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸ ປາຖະໜາວ່າ “ເຮົາຈົ່ງເປັນຜູ້ມີສັນຍາວ່າ ປະຕິກູລະທັງໃນສິ່ງທີ່ບໍ່ປະຕິກູລະແລະທັງໃນສິ່ງທີ່ປະຕິກູລະຢູ່ເຖີ້ນ” ດັ່ງນີ້ແລ້ວນັ້ນ
ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາວ່າ “ເຮົາຈົ່ງເປັນຜູ້ມີສັນຍາວ່າ ບໍ່ປະຕິກູລະທັງໃນສິ່ງທີ່ປະຕິກູລະແລະໃນສິ່ງບໍ່ປະຕິກູລະຢູ່ເຖີ້ນ” ດັ່ງນີ້ແລ້ວນັ້ນ
ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາ ວ່າ “ເຮົາຈົ່ງເປັນຜູ້ເວັ້ນຂາດຈາກຄວາມຮູ້ສຶກວ່າປະຕິກູລະແລະ ຄວາມຮູ້ສຶກວ່າບໍ່ປະຕິກູລະທັງ ໒ ຢ່າງເສຍໂດຍເດັດຂາດແລ້ວ ເປັນຜູ້ຢູ່ອຸເປກຂາ ມີສະຕິສັມປະຊັນຍະຢູ່ເຖີ້ນ” ດັ່ງນີ້ແລ້ວ ນັ້ນ
ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພຸດທະວະຈະນະ - ໝວດທັມ








