ແກ້ກັມ
ໜ້າ/ 52
(໒) ສະມະນະແລະພຣາມບາງພວກ ມີຖ້ອຍຄໍາແລະຄວາມເຫັນວ່າ “ບຸຣຸສບຸກຄົນໃດໆ ກໍຕາມ ທີ່ໄດ້ຮັບສຸຂ ຮັບທຸກຂ໌
ສະບັບ : ແກ້ກັມ
ຫຼືບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ທັງໝົດນັ້ນ ເປັນເພາະການບັນດານຂອງເຈົ້າເປັນນາຍ” ດັ່ງນີ້.
(໓) ສະມະນະແລະພຣາມບາງພວກ ມີຖ້ອຍຄໍາແລະຄວາມເຫັນວ່າ “ບຸຣຸສບຸກຄົນໃດໆ ກໍຕາມ ທີ່ໄດ້ຮັບສຸຂ ຮັບທຸກຂ໌ ຫຼືບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ທັງໝົດນັ້ນ ບໍ່ມີຫຍັງເປັນເຫຕ ເປັນປັຈຈັຍເລີຍ” ດັ່ງນີ້.
ພິກຂຸທັງຫຼາຍ ! ໃນບັນດາລັດທິທັງ ໓ ນັ້ນ ສະມະນະ ພຣາມບາງພວກໃດ ມີຖ້ອຍຄໍາແລະຄວາມເຫັນວ່າ “ບຸກຄົນໄດ້ຮັບສຸຂ ຫຼືທຸກຂ໌ ຫຼືບໍ່ ແມ່ນສຸຂ ບໍ່ແມ່ນທຸກຂ໌ ເພາະກັມທີ່ເຮັດໄວ້ແຕ່ປາງກ່ອນຢ່າງດຽວ” ມີຢູ່,
ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນ ແລ້ວສອບຖາມຄວາມທີ່ເຂົາຍັງຢືນຢັນຢູ່ດັ່ງນັ້ນແລ້ວ ເຮົາກ່າວກັບເຂົາວ່າ “ຖ້າແນວນັ້ນ (ໃນບັດນີ້) ຄົົນທີ່ຂ້າສັຕ... ລັກຊັບ... ປະພຶຕຜິດພຣົມມະຈັນ... ເວົ້າຂີ້ຕົວະ... ເວົ້າຍຸແຍ່ໃຫ້ແຕກກັນ ...ເວົ້າຄໍາຫຍາບ... ເວົ້າໂລເລ... ມີໃຈລະໂມບເພັ່ງເລັງ... ມີໃຈພະຍາບາດ... ມີຄວາມເຫັນວິປະຣິຕເຫຼົ່ານີ້ ເຍື່ອງໃດເຍື່ອງໜຶ່ງ (ໃນເວລານີ້) ນັ້ນກໍຕ້ອງເປັນເພາະກັມທີ່ເຮັດໄວ້ແຕ່ປາງກ່ອນ.
ພຸດທະວະຈະນະ - ໝວດທັມ
ເມື່ອມົວແຕ່ຖືເອົາ
ກັມທີ່ເຮັດໄວ້ແຕ່ປາງກ່ອນ
ມາເປັນສາຣະສໍາຄັນດັ່ງນີ້ແລ້ວ
ຄົນເຫຼົ່ານັ້ນກໍບໍ່ມີຄວາມຢາກເຮັດ
ຫຼືຄວາມພະຍາຍາມເຮັດໃນຂໍ້ທີ່ວ່າ
ສິ່ງນີ້ຄວນເຮັດ (ກະຣະນີຍະກິຈ)
ສິ່ງນີ້ບໍ່ຄວນເຮັດ (ອະກະຣະນີຍະກິຈ) ອີກຕໍ່ໄປ.
ເມື່ອກະຣະນີຍະກິຈແລະອະກະຣະນີຍະກິຈ
ບໍ່ຖືກເຮັດ ຫຼືຖືກລະເວັ້ນໃຫ້ຈິງໆ ຈັງໆ ກັນແລ້ວ
ຄົນພວກທີ່ບໍ່ມີສະຕິຄຸ້ມຄອງຕົນເຫຼົ່ານັ້ນ
ກໍບໍ່ມີຫຍັງທີ່ຈະມາເອີ້ນຕົນວ່າ
ເປັນສະມະນະຢ່າງຖືກທັມໄດ້” ດັ່ງນີ້.
ຕິກ. ອັງ. ໒໐/໒໒໒/໕໐໑.
ສະບັບ : ແກ້ກັມ
໑໘
ລັດທິທີ່ເຊື່ອວ່າສຸຂແລະທຸກຂ໌
ເກີດຈາກເທພະເຈົ້າບັນດານໃຫ້
ພິກຂຸທັງຫຼາຍ !
ໃນບັນດາລັດທິທັງ ໓ ນັ້ນ ສະມະນະພຣາມພວກໃດມີຖ້ອຍຄໍາແລະຄວາມເຫັນວ່າ “ບຸກຄົນໄດ້ຮັບສຸຂຫຼືທຸກຂ໌ ຫຼື
ບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ທັງໝົດນັ້ນ ເປັນເພາະອິສວນເນຣະມິຕໃຫ້ (ອິສສະຣະນິມມານະເຫຕູຕິ)” ດັ່ງນີ້ ມີຢູ່,
ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນ ແລ້ວສອບຖາມຄວາມທີ່ເຂົາຍັງຢືນຢັນຢູ່ດັ່ງນັ້ນແລ້ວ ເຮົາກ່າວກັບເຂົາວ່າ “ຖ້າແນວນັ້ນ (ໃນບັດນີ້) ຄົົນທີ່ຂ້າສັຕ... ລັກຊັບ... ປະພຶຕຜິດພຣົມມະຈັນ... ເວົ້າຂີ້ຕົວະ... ເວົ້າຍຸແຍ່ໃຫ້ແຕກກັນ ...ເວົ້າຄໍາຫຍາບ... ເວົ້າໂລເລ ... ມີໃຈລະໂມບເພັ່ງເລັງ... ມີໃຈພະຍາບາດ... ມີຄວາມເຫັນວິປະຣິຕເຫຼົ່ານີ້ ເຍື່ອງໃດເຍື່ອງໜຶ່ງ (ໃນເວລານີ້) ນັ້ນກໍຕ້ອງເປັນເພາະການເນຣະມິຕຂອງອິສວນດ້ວຍ .
ພຸດທະວະຈະນະ - ໝວດທັມ
ເມື່ອມົວແຕ່ຖືເອົາ
ການເນຣະມິຕຂອງອິສວນ
ມາເປັນສາຣະສໍາຄັນດັ່ງນີ້ແລ້ວ
ຄົນເຫຼົ່ານັ້ນກໍບໍ່ມີຄວາມຢາກເຮັດ
ຫຼືຄວາມພະຍາຍາມເຮັດໃນຂໍ້ທີ່ວ່າ
ສິ່ງນີ້ຄວນເຮັດ (ກະຣະນີຍະກິຈ)
ສິ່ງນີ້ບໍ່ຄວນເຮັດ (ອະກະຣະນີຍະກິຈ) ອີກຕໍ່ໄປ.
ເມື່ອກະຣະນີຍະກິຈແລະອະກະຣະນີຍະກິຈ
ບໍ່ຖືກເຮັດ ຫຼືຖືກລະເວັ້ນໃຫ້ຈິງໆ ຈັງໆ ກັນແລ້ວ
ຄົນພວກທີ່ບໍ່ມີສະຕິຄຸ້ມຄອງຕົນເຫຼົ່ານັ້ນ
ກໍບໍ່ມີຫຍັງທີ່ຈະມາເອີ້ນຕົນວ່າ
ເປັນສະມະນະຢ່າງຖືກທັມໄດ້” ດັ່ງນີ້.
ຕິກ. ອັງ. ໒໐/໒໒໓/໕໐໑.
ສະບັບ : ແກ້ກັມ
໑໙
ລັດທິທີ່ເຊື່ອວ່າສຸຂແລະທຸກຂ໌ເກີດຂຶ້ນເອງລອຍໆ
ບໍ່ມີຫຍັງເປັນເຫຕ ເປັນປັຈຈັຍ
ພິກຂຸທັງຫຼາຍ !








