ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ເມື່ອພຣະຜູ່ມີພຣະພາຄ ໄດ້ຕຣັດຄໍາຊັກຖາມໄລ່ລຽງ ຂອງມະຫາລິຈສະວີບຸຕ ກ່ຽວກັບ ສະມາທິພາວະນາ ເພື່ອການເຫັນຮູບທິບ ແລະ ການຟັງສຽງທິບ ຈົນເປັນທີ່ເຂົ້າໃຈແຈ່ມແຈ້ງທຸກແງ່ທຸກມຸມແລ້ວ, ມະຫາລິຈສະວີບຸຕ ໄດ້ຂາບທູນຖາມວ່າ ພິກຂຸໃນທັມວິນັຍນີ້ ປະພຶຕພຣົມມະຈັນຣຍ໌ກັນ ເພື່ອເຮັດໃຫ້ແຈ້ງຊຶ່ງສະມາທິພາວະນາເຫຼົ່ານັ້ນຫຼືບໍ່, ໄດ້ຕຣັດຕອບວ່າ :)

ມະຫາລິ ! ພິກຂຸທັງຫຼາຍ ຈະປະພຶຕພຣົມມະຈັນຣຍ໌ໃນເຮົາ ເພື່ອການເຮັດໃຫ້ແຈ້ງຊຶ່ງສະມາທິພາວະນາເຫຼົ່ານັ້ນ ກໍບໍ່ແມ່ນ. ມະຫາລິ ! ທັມເຫຼົ່າອື່ນອັນຍິ່ງກວ່າ ອັນປະນີຕກວ່າ ທີ່ພິກຂຸພາກັນປະພຶຕພຣົມມະຈັນຣຍ໌ໃນເຮົາ ເພື່ອການເຮັດໃຫ້ແຈ້ງທັມເຫຼົ່ານັ້ນ ກໍມີຢູ່.

“ທັມເຫຼົ່າອື່ນນັ້ນ ເປັນແນວໃດໜໍ ຂ້ານ້ອຍ !”

ມະຫາລິ ! ໃນກໍລະນີນີ້ ພິກຂຸເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ສາມ ເປັນ ໂສດາບັນ ມີອັນບໍ່ຕົກຕໍ່າເປັນທັມມະດາ ເປັນຜູ່ທ່ຽງແທ້ຕໍ່ພຣະນິບພານ ມີການ

ຕຣັສຮູ້ພ້ອມໃນເບື້ອງໜ້າ. ມະຫາລິ ! ນີ້ແລ ທັມອັນຍິ່ງກວ່າ ປະນີຕກວ່າ ທີ່ພິກຂຸພາກັນປະພຶຕພຣົມມະຈັນຣຍ໌ໃນເຮົາ ເພື່ອການເຮັດໃຫ້ແຈ້ງ.

໙໙໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ມະຫາລິ ! ຂໍ້ອື່ນຍັງມີອີກ : ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ສາມ ແລະ ເພາະຄວາມທີ່ຣາຄະ ໂທສະ ໂມຫະ ເບົາບາງ ເປັນ ສະກະທາຄາມີ ມາສູ່ໂລກນີ້ພຽງຄັ້ງດຽວ ແລ້ວຈັກເຮັດທີ່ສຸດແຫ່ງທຸກຂ໌ໄດ້. ມະຫາລິ ! ແມ່ນວ່ານີ້ແລ ກໍເປັນທັມອັນຍິ່ງກວ່າ ປະນີຕກວ່າ ທີ່ພິກຂຸພາກັນປະພຶຕພຣົມມະຈັນຣຍ໌ໃນເຮົາ ເພື່ອການເຮັດໃຫ້ແຈ້ງ.

ມະຫາລິ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ເບື້ອງຕໍ່າທັງຫ້າ ເປັນ ໂອປະປາຕິກະ (ອະນາຄາມີ) ມີການປະຣິນິບພານໃນພົບນັ້ນ ບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ. ມະຫາລິ ! ແມ່ນວ່ານີ້ແລ ກໍເປັນທັມອັນຍິ່ງກວ່າ ປະນີຕກວ່າ ທີ່ພິກຂຸພາກັນປະພຶຕພຣົມມະຈັນຣຍ໌ໃນເຮົາ ເພື່ອການເຮັດໃຫ້ແຈ້ງ.

ມະຫາລິ ! ຂໍ້ອື່ນຍັງມີອີກ : ພິກຂຸ ເຮັດໃຫ້ແຈ້ງຊຶ່ງ ເຈໂຕວິມຸຕຕິ-ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ມະຫາລິ ! ແມ່ນວ່ານີ້ແລ ກໍເປັນທັມອັນຍິ່ງກວ່າ ປະນີຕກວ່າ ທີ່ພິກຂຸພາກັນປະພຶຕພຣົມມະຈັນຣຍ໌ໃນເຮົາ ເພື່ອການເຮັດໃຫ້ແຈ້ງ.

ມະຫາລິ ! ເຫຼົ່ານີ້ແລ ທັມທັງຫຼາຍອັນຍິ່ງກວ່າ ປະນີຕກວ່າ ທີ່ພິກຂຸພາກັນປະພຶຕພຣົມມະຈັນຣຍ໌ໃນເຮົາ ເພື່ອການເຮັດໃຫ້ແຈ້ງ.

- ສີ. ທີ. ໙/໑໙໙-໒໐໐/໒໕໐-໒໕໓.

(ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ພິກຂຸຜູ່ຕັ້ງຢູ່ໃນສັມມາທິຕຖິ ຍ່ອມບໍ່ປະພຶຕພຣົມມະຈັນຣຍ໌ ເພື່ອສະມາທິພາວະນາ ອັນນໍາມາຊຶ່ງການໄດ້ເຫັນຮູບທິບ ຟັງສຽງທິບ ຈຶ່ງເປັນສາວົກທີ່ແທ້ຈິງຂອງພຣະຜູ່ມີພຣະພາຄເຈົ້າ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໙໕

ການເຫັນປະຕິກູລແຫ່ງຍົສ - ອາຫາຣ - ຄວາມຮັກ -

ສຸພະ - ຜັສສະ - ອຸປາທານ

ນາຄິຕະ ! ເຮົາຢ່າຕ້ອງກ່ຽວຂ້ອງກັບຍົສເລີຍ ; ຍົສກໍຢ່າມາກ່ຽວຂ້ອງກັບເຮົາເລີຍ. ນາຄິຕະ ! ຜູ່ໃດເປັນຜູ່ບໍ່ໄດ້ຕາມປາຖນາ ບໍ່ໄດ້ໂດຍງ່າຍ ບໍ່ໄດ້ໂດຍສະດວກຊຶ່ງ ເນກຂັມມະສຸຂ ປະວິເວກະສຸຂ ອຸປະສະມະສຸຂ ສັມໂພທິສຸຂ ເໝືອນດັ່ງທີ່ເຮົາໄດ້ຢູ່ຕາມປາຖນາ ໄດ້ໂດຍງ່າຍ ໄດ້ໂດຍສະດວກ ແລ້ວ ເຂົາຜູ່ນັ້ນກໍຈະຍ່ອມຍິນດີຢູ່ກັບ

ມິລາຫະສຸຂະ໑ ມິຕດະສຸຂະ໒ ແລະ ສຸຂອັນເກີດຈາກລາບສັກກາຣະ ແລະ ສຽງສັນລະເສີນ.

ນາຄິຕະ ! ອຸຈຈາຣະ ປັສສາວະ ເປັນຜົລຂອງສິ່ງທີ່ບຸຄຄົນກິນແລ້ວ ດື່ມແລ້ວ ຫຍໍ້າແລ້ວ ຊີມແລ້ວ ; ນັ້ນແລ ຄືຜົລໄຫຼອອກຂອງສິ່ງນັ້ນ.

ນາຄິຕະ ! ໂສກະປະຣິເທວະ ທຸກຂະ ໂທມະນັສສະອຸປາຢະສະ ຍ່ອມເກີດຂຶ້ນຈາກ ຄວາມແປປ່ຽນເປັນຢ່າງອື່ນຂອງສິ່ງອັນເປັນທີ່ຮັກ ; ນັ້ນແຫຼະຜົລໄຫຼອອກຂອງສິ່ງນັ້ນ.

ນາຄິຕະ ! ຄວາມເປັນຂອງປະຕິກູລ໓ ໃນນິມິຕອັນສວຍງາມ ຍ່ອມປາກົດຂຶ້ນແກ່ບຸຄຄົນຜູ່ຕາມປະກອບຊຶ່ງ ຄວາມພຽນໃນອະສຸພະນິມິຕ ; ນັ້ນແຫຼະຜົລໄຫຼອອກແຫ່ງການເຮັດເຊັ່ນນັ້ນ.

໑. ຄື ສຸຂອາໄສທໍ່ປັສສະວະ.

໒. ຄື ສຸຂຂອງຄົນນອນຈົມໃນສິ່ງ ອະສຸຈິປະຕິກູລ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ