ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ລາຍຊື່ແຫ່ງທັມ ເປັນເຄື່ອງຂູດເກົາ ໔໔ ຄູ່ນີ້ ບໍ່ໄດ້ໃຊ້ເພື່ອອະທິບາຍ ກ່ຽວກັບການຂູດເກົາຢ່າງດຽວ ແຕ່ໃຊ້ເພື່ອອະທິບາຍ ໃນການປະພຶຕ ເຮັດຢ່າງອື່ນດ້ວຍ ດັ່ງທີ່ໄດ້ແຍກໄວ້ເປັນຂໍ້ ກ. ຂ. ຄ. ງ. ໃນຕອນທ້າຍ ; ຜູ່ທີ່ຕັ້ງໃຈຈະສຶກສາແທ້ໆ ຈົ່ງກໍານົດໃຫ້ຊັດເຈນ ວ່າມີລະດັບແນວໃດ ເປັນຝ່າຍຜິດ ຫຼືຝ່າຍຖືກແນວໃດ ກໍຈະສາມາດເຂົ້າໃຈຂໍ້ຄວາມທີ່ປະໄວ້ ໂດຍບໍ່ນໍາເອົາມາໃສ່ໄວ້ໃຫ້ເຕັມ ເຊັ່ນ ອ້າງເຖິງແຕ່ຂໍ້ທໍາອິດແລະຂໍ້ສຸດທ້າຍ ເປັນຕົ້ນ, ກໍຈະສໍາເລັດປະໂຍຊນ໌ໄດ້ຕາມປາຖນາ).

ອົງຄຸນທີ່ເຮັດໃຫ້ຈະເຣີນງອກງາມໄພບູນໃນພຣົມມະຈັນຣຍ໌

(ອຸປະກອນແຫ່ງການປະຕິບັຕມັຄຄະ)

ພິກຂຸ ທ. ! ຄົນລ້ຽງງົວທີ່ປະກອບດ້ວຍອົງຄຸນ ໑໑ ຢ່າງແລ້ວ ຍ່ອມເໝາະສົມທີ່ຈະລ້ຽງງົວ ເຮັດໃຫ້ເພີ່ມກໍາໄລໄດ້. ອົງຄຸນ ໑໑ ຢ່າງແນວໃດໜໍ ? ສິບເອັດຢ່າງຄື : ຄົນລ້ຽງງົວໃນກໍລະນີນີ້ ເປັນຜູ່ຮູ້ຈັກເລື່ອງຮ່າງກາຍຂອງງົວ, ເປັນຜູ່ສະຫຼາດໃນລັກສະນະຂອງງົວ, ເປັນຜູ່ເຂ່ຍໄຂ່ຂາງ, ເປັນຜູ່ປິດບາດແຜ, ເປັນຜູ່ສຸມຄວັນ,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໕໓

ເປັນຜູ່ຮູ້ຈັກທ່ານໍ້າທີ່ຄວນເອົາງົວໄປ, ເປັນຜູ່ຮູ້ຈັກນໍ້າທີ່ງົວຄວນດື່ມ, ເປັນຜູ່ຮູ້ຈັກທາງທີ່ງົວຄວນຍ່າງ, ເປັນຜູ່ສະຫຼາດໃນບ່ອນທີ່ງົວຄວນໄປ, ເປັນຜູ່ຮູ້ຈັກຮີດນົມງົວໃຫ້ມີເຫຼືອໄວ້ແດ່, ເປັນຜູ່ໃຫ້ກຽດແກ່ງົວອຸສະພະ ອັນເປັນງົວຈ່າຝູງ ເປັນງົວນໍາຝູງ ດ້ວຍການເອົາໃຈໃສ່ເປັນພິເສດ. ພິກຂຸ ທ. ! ຄົນລ້ຽງງົວທີ່ປະກອບດ້ວຍອົງຄຸນ ໑໑ ຢ່າງນີ້ແລ້ວ ຍ່ອມເໝາະສົມທີ່ຈະລ້ຽງງົວ ເຮັດໃຫ້ເພີ່ມກໍາໄລໄດ້. ຂໍ້ນີ້ເຊັ່ນໃດ ;

ພິກຂຸ ທ. ! ພິກຂຸທີ່ປະກອບດ້ວຍອົງຄຸນ ໑໑ ປະການແລ້ວ ຍ່ອມເໝາະສົມທີ່ຈະເຖິງຄວາມຈະເຣີນ ງອກງາມ ໄພບູນ ໃນທັມວິນັຍ (ພຣົມມະຈັນຣຍ໌) ນີ້ໄດ້ ເຊັ່ນນັ້ນ. ອົງຄຸນ ໑໑ ປະການ ແນວໃດແດ່ໜໍ ? ສິບເອັດປະການຄື ພິກຂຸໃນກໍລະນີນີ້ ເປັນຜູ່ຮູ້ຈັກຮູບ, ເປັນຜູ່ຮູ້ຈັກລັກສະນະ, ເປັນຜູ່ຄອຍເຂ່ຍໄຂ່ຂາງ, ເປັນຜູ່ປິດແຜ, ເປັນຜູ່ສຸມຄວັນ, ເປັນຜູ່ຮູ້ຈັກທ່ານໍ້າທີ່ຄວນໄປ, ເປັນຜູ່ຮູ້ຈັກນໍ້າທີ່ຄວນດື່ມ, ເປັນຜູ່ຮູ້ຈັກທາງທີ່ຄວນໄຕ່, ເປັນຜູ່ສະຫຼາດໃນບ່ອນທີ່ຄວນໄປ, ເປັນຜູ່ຮູ້ຈັກຮີດ “ນົມງົວ” ໃຫ້ມີສ່ວນເຫຼືອໄວ້ແດ່, ເປັນຜູ່ບູຊາຢ່າງຍິ່ງໃນພິກຂຸທັງຫຼາຍຜູ່ເຖຣະ ມີພັນສາອາຍຸກາລ ບວດດົນ ເປັນບິດາສົງຄ໌ ເປັນຜູ່ນໍາສົງຄ໌ ດ້ວຍການບູຊາເປັນພິເສດ.

ພວກຮູ້ຈັກຮູບ

ພິກຂຸ ທ. ! ພິກຂຸເປັນຜູ່ ຮູ້ຈັກຮູບ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ຈັກແຈ້ງຕາມທີ່ເປັນຈິງວ່າ “ຮູບຊະນິດໃດກໍຕາມ ທັງໝົດນັ້ນຊື່ວ່າຮູບຄື : ມະຫາພູຕະຮູບມີ ໔ ແລະ ອຸປະທາຢະຮູບ ທີ່ອາໄສມະຫາພູຕະຮູບທັງສີ່” ດັ່ງນີ້ ພິກຂຸ ທ. ! ພິກຂຸເປັນຜູ່ຮູ້ຈັກຮູບ ເປັນເຊັ່ນນີ້ແລ.

໑໔໕໔ ອະຣິຍະສັຈຈ໌ຈາກພະໂອຖະ

ພວກສະຫຼາດໃນລັກສະນະ

ພິກຂຸ ທ. ! ພິກຂຸເປັນຜູ່ ສະຫຼາດໃນລັກສະນະ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ຈັກແຈ້ງຕາມທີ່ເປັນຈິງວ່າ “ຄົນພາລ ມີກັມ (ການເຮັດ) ເປັນເຄື່ອງໝາຍ, ບັນດິຕ ກໍມີກັມ (ການເຮັດ) ເປັນເຄື່ອງໝາຍ” ດັ່ງນີ້ເປັນຕົ້ນ. ພິກຂຸ ທ. ! ພິກຂຸເປັນຜູ່ສະຫຼາດໃນລັກສະນະ ເປັນເຊັ່ນນີ້ແລ.

ພວກຄອຍເຂ່ຍໄຂ່ຂາງ

ພິກຂຸ ທ. ! ພິກຂຸເປັນຜູ່ ຄອຍເຂ່ຍໄຂ່ຂາງ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ອົດກັ້ນໄດ້ ລະ ບັນເທົາ ເຮັດໃຫ້ສິ້ນສຸດ ເຮັດໃຫ້ໝົດສ້ຽງ ຊຶ່ງຄວາມຕຶກກ່ຽວດ້ວຍກາມ, ຄວາມຕຶກກ່ຽວດ້ວຍຄວາມມຸ່ງຮ້າຍ, ຄວາມຕຶກກ່ຽວດ້ວຍການເຮັດຄວາມລໍາບາກໃຫ້ແກ່ຕົນເອງ ແລະຜູ່ອື່ນ ເຖິງວ່າຈະໂດຍບໍ່ເຈຕະນາທີ່ເກີດຂຶ້ນແລ້ວ ; ແລະອົດກັ້ນໄດ້ ລະ ບັນເທົາ ເຮັດໃຫ້ສິ້ນສຸດ ເຮັດໃຫ້ໝົດສ້ຽງ ຊຶ່ງສິ່ງອັນເປັນ

ອະກຸສົລລາມົກທັງຫຼາຍ ທີ່ເກີດຂຶ້ນແລ້ວ. ພິກຂຸ ທ. ! ພິກຂຸເປັນຜູ່ຄອຍເຂ່ຍໄຂ່ຂາງ ເປັນເຊັ່ນນີ້ແລ.

ພວກປິດບາດແຜ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ