ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ປຽບເໝືອນວັງນໍ້າໃສ ທີ່ສັນພູເຂົາບໍ່ຂຸ່ນມົວ, ຄົນມີຈັກຂຸ (ບໍ່ຕາບອດ) ຢືນຢູ່ເທິງຝັ່ງທີ່ບ່ອນນັ້ນ : ເຂົາຈະເຫັນຫອຍຕ່າງໆແດ່ ແຮ່ແລະຫີນແດ່
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໗໗
ຝູງປາແດ່ ອັນຢຸດຢູ່ ແລະລອຍໄປໃນວັງນໍ້ານັ້ນ. ເຂົາຍ່ອມຈະສໍານຶກໃຈດັ່ງນີ້ ວ່າ “ວັງນໍ້ານີ້ໃສ ບໍ່ຂຸ່ນມົວເລີຍ : ຫອຍ ກ້ອນແຮ່ ປາທັງຫຼາຍເຫຼົ່ານີ້ຢຸດຢູ່ແດ່ ລອຍໄປແດ່ ໃນວັງນໍ້ານັ້ນ” : ອຸປະມານີ້ເປັນເຊັ່ນໃດ; ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນເໝືອນກັນ, ພິກຂຸນັ້ນຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌; ເຫຼົ່ານີ້ເປັນອາສະວະທັງຫຼາຍ, ນີ້ເປັນເຫຕໃຫ້ເກີດອາສະວະ, ນີ້ເປັນຄວາມດັບບໍ່ເຫຼືອຂອງອາສະວະ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອ ຂອງອາສະວະ;” ດັ່ງນີ້. ເມື່ອເຂົາຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍພົ້ນແລ້ວຈາກອາສະວະຄືກາມ ອາສະວະຄືພົບ ອາສະວະຄືອະວິຊຊາ. ຄັນຈິຕພົ້ນແລ້ວ ກໍເກີດຍານຢັ່ງຮູ້ວ່າ “ພົ້ນແລ້ວ” ເຂົານັ້ນຮູ້ແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນ ເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
- ມູ. ມ. ໑໒/໕໐໙/໔໗໗.
ເມື່ອປະພຶດຖືກທາງ
ກິຣິຍາທີ່ໄປນິພພານ ເບົາສະບາຍເໝືອນໄມ້ໄຫລລ່ອງຕາມນໍ້າ
ພິກຂຸ ທ. ! ພວກເຈົ້າໄດ້ເຫັນທ່ອນໄມ້ໃຫຍ່ພຸ້ນ ຊຶ່ງໄຫຼລ່ອງມາໂດຍກະແສແມ່ນໍ້າຄົງຄາຫຼືບໍ່ ? ພິກຂຸທັງຫຼາຍ ຂາບທູນວ່າ “ໄດ້ເຫັນແລ້ວ ຂ້ານ້ອຍ !”
ພິກຂຸ ທ. ! ຖ້າທ່ອນໄມ້ນັ້ນຈະບໍ່ເຂົ້າໄປຕິສເສຍທີ່ຝັ່ງໃນ ຫຼືຝັ່ງນອກ, ບໍ່ຈົມເສຍໃນກາງນໍ້າ, ບໍ່ຂຶ້ນໄປຕິດແຫ້ງຢູ່ເທິງບົກ, ບໍ່ຖືກມະນຸສສ໌ຈັບໄວ້, ບໍ່ຖືກອະມະນຸສສ໌ຈັບໄວ້, ບໍ່ຖືກກຽວນໍ້າວົນວົນໄວ້, ບໍ່ຜຸເສຍເອງໃນພາຍໃນແລ້ວ
໗໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ທ່ອນໄມ້ທີ່ກ່າວເຖິງນີ້ ຈະລ່ອງໄຫຼຊຸອອກໄປສູ່ທະເລ ເພາະເຫຕວ່າສາຍແມ່ນໍ້າຄົງຄາຄ້ອຍຫຼຸບ ຄ້ອຍ ນ້ອມອຽງໄປສູ່ທະເລ, ອຸປະມານີ້ເຊັ່ນໃດ; ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນເໝືອນກັນ, ເຖິງແມ່ນພວກເຈົ້າທັງຫຼາຍ : ຖ້າພວກເຈົ້າບໍ່ເຂົ້າໄປຕິສເສຍທີ່ຝັ່ງໃນ, ບໍ່ເຂົ້າໄປຕິສເສຍທີ່ຝັ່ງນອກ, ບໍ່ຈົມເສຍໃນທ່າມກາງ, ບໍ່ຕິດແຫ້ງຢູ່ເທິງບົກ, ບໍ່ຖືກມະນຸສສ໌ຈັບໄວ້, ບໍ່ຖືກອະມະນຸສສ໌ຈັບໄວ້, ບໍ່ຖືກກຽວນໍ້າວົນ ວົນໄວ້, ບໍ່ເນົ່າເສຍເອງໃນພາຍໃນແລ້ວ, ພວກເຈົ້າກໍຈະເລື່ອນໄຫຼໄປສູ່ນິພພານ ເພາະເຫຕວ່າສັມມາທິຕຖິ ມີທຳມະດາທີ່ຄ້ອຍ ຫຼຸບ ນ້ອມອຽງໄປສູ່ນິພພານ ຯລຯ.








