ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ປຽບເໝືອນບຸຣຸສ ຜູ້ຕ້ອງການດ້ວຍແກນໄມ້ ເສາະຫາແກນໄມ້ທ່ຽວຄົ້ນຫາແກນໄມ້ ຈົນເຖິງຕົ້ນໄມ້ໃຫຍ່ມີແກນແລ້ວ ຕັດເອົາແກນຖືໄປດ້ວຍໝັ້ນໃຈວ່າ “ນີ້ເປັນແກນແທ້” ດັ່ງນີ້. ບຸຣຸສມີຕາດີ ເຫັນຄົນນັ້ນເຂົ້າແລ້ວ ກໍກ່າວວ່າ “ຜູ້ຈະເຣີນຄົນນີ້ ຊ່າງຮູ້ຈັກແກນ, ຮູ້ຈັກມອກ, ຮູ້ຈັກເປືອກສົດ, ຮູ້ຈັກສະເກັດແຫ້ງຕາມຜິວເປືອກ, ຮູ້ຈັກໃບອ່ອນທີ່ປາຍກິ່ງ. ຈິງດັ່ງວ່າຜູ້ຈະເຣີນຄົນນີ້ ຕ້ອງການແກນໄມ້ ເສາະຫາແກນໄມ້ ທ່ຽວຄົ້ນຫາແກນໄມ້ ຈົນເຖິງຕົ້ນໄມ້ໃຫຍ່ມີແກນແລ້ວ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໘໙

ກໍຕັດເອົາແກນແທ້ ຖືໄປດ້ວຍໝັ້ນໃຈວ່າ ‘ນີ້ແກນແທ້’ ດັ່ງນີ້; ສິ່ງທີ່ເຂົາຈະຍ່ອມເຮັດດ້ວຍແກນໄມ້ ຈະສໍາເລັດປະໂຍຊນ໌ເປັນແທ້” ດັ່ງນີ້, ນີ້ເຊັ່ນໃດ;

ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ ກ່າວຄືກຸລະບຸຕບາງຄົນ ໃນກໍລະນີ ນີ້ເປັນຜູ້ມີສັດທາ ອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນ ເພາະຄິດເຫັນວ່າ “ເຮົາຖືກຄວາມເກີດ ຄວາມແກ່ ຄວາມຕາຍ...(ຂໍ້ຄວາມຕໍ່ໄປເໝືອນກັບຂໍ້ຄວາມຕອນຕົ້ນ ຂອງຕອນສະມະຢະວິໂມກຂ໌ ຈົນເຖິງຂໍ້ຄໍາທີ່ວ່າ). ....ເຂົາບໍ່ທະນົງໂຕ ເພາະຍານະທັສສະນະອັນນັ້ນ, ເຂົາບໍ່ເມົາ ບໍ່ມົວເມົາໃນຍານະທັສສະນະອັນນັ້ນ, ບໍ່ເຖິງຄວາມປະມາດໃນຍານະທັສສະນະອັນນັ້ນ; ເມື່ອບໍ່ປະມາດແລ້ວ ເຂົາໃຫ້ ອະສະມະຢະວິໂມກຂ໌ເກີດຂຶ້ນໄດ້.

(ອະສະມະຍະວິໂມກຂ໌ ໝາຍເຖິງ ວິໂມກຂ໌ອັນສະຫງົບ ທີ່ບໍ່ກັບກໍາເລີບໄດ້ ຄືວິມຸຕຕິ)

ພິກຂຸ ທ. ! ຂໍ້ນີ້ ຍ່ອມເປັນໄປບໍ່ໄດ້ ບໍ່ແມ່ນໂອກາດ ທີ່ຈະເປັນໄດ້ ຄືຂໍ້ທີ່ພິກຂຸນັ້ນ ຈະຍ່ອມເສື່ອມຄາຍຈາກ ອະສະມະຢະວິມຸຕຕິ (ຄວາມຫຼຸດພົ້ນທີ່ບໍ່ກັບກໍາເລີບ) ອັນນັ້ນເລີຍ.

ພິກຂຸ ທ. ! ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີລາບ ສັກກາຣະ ແລະສຽງເຍີນຍໍເປັນອານິສົງສ໌, ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີຄວາມເຖິງພ້ອມດ້ວຍສີລ ເປັນອານິສົງສ໌, ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີຄວາມເຖິງພ້ອມດ້ວຍສະມາທິ ເປັນອານິສົງສ໌, ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີຄວາມເຖິງພ້ອມດ້ວຍຍານະທັສສະນະເປັນອານິສົງສ໌.

ພິກຂຸ ທ. ! ກໍ ເຈໂຕວິມຸຕຕິ໑ ທີ່ບໍ່ກໍາເລີບ ອັນໃດ ມີຢູ່, ພຣົມມະຈັນຣຍ໌ນີ້ ມີສິ່ງນັ້ນນັ້ນແຫຼະ ເປັນປະໂຍຊນ໌ທີ່ມຸ່ງໝາຍ ມີເຈໂຕວິມຸຕຕິນັ້ນແຫຼະເປັນແກ່ນສານ ມີເຈໂຕວິມຸຕຕິນັ້ນແຫຼະເປັນຜົລສຸດທ້າຍຂອງພຣົມມະຈັນຣຍ໌ ແລ.

- ມູ. ມ. ໑໒/໓໗໐-໓໗໓/໓໕໑-໓໕໒.

໑. ເຈໂຕວິມຸຕຕິຄືການບັນລຸອະຣະຫັນຕະຜົລ ໂດຍມີນໍ້າໜັກຂອງການເນັ້ນສະມາທິຫຼາຍກວ່າການເຮັດ

ດ້ານອື່ນໆ ແບບຂອງການຫຼຸດພົ້ນຍັງມີຢ່າງອື່ນໆອີກ ເຊັ່ນສັດທາວິມຸຕຕິ ປັນຍາວິມຸຕຕິເປັນຕົ້ນ.

໔໙໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ທັມທີ່ສົມຄວນແກ່ການຫຼຸດພົ້ນຈາກທຸກຂ໌

ພິກຂຸ ທ. ! ທັມນີ້ ເປັນທັມທີ່ສົມຄວນແກ່ພິກຂຸ ຜູ້ປະຕິບັຕທັມສົມຄວນແກ່ທັມ. ທັມນັ້ນຄື ຂໍ້ທີ່ພິກຂຸເປັນຜູ ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍໃນຮູບ, ເປັນຜູ້ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍ ໃນເວທະນາ, ເປັນຜູ້ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍ ໃນສັນຍາ, ເປັນຜູ້ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍ ໃນສັງຂາຣ, ເປັນຜູ້ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍ ໃນວິນຍານ; ພິກຂຸນັ້ນ ເມື່ອເປັນຜູ້ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານ, ຍ່ອມຮູ້ຮອບຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ; ເມື່ອເຂົາຮູ້ຮອບຢູ່ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານແລ້ວ, ຍ່ອມຫຼຸດພົ້ນຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣ ຈາກວິນຍານ, ຍ່ອມພົ້ນໄດ້ຈາກຄວາມເກີດ ຄວາມແກ່ ຄວາມເຈັບ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ທຸກຂ໌ໃຈ ຄວາມຄັບແຄ້ນໃຈ; ເຮົາຕະຖາຄົຕກ່າວວ່າ ເຂົາຍ່ອມຫຼຸດພົ້ນຈາກທຸກຂ໌ ດັ່ງນີ້.

- ຂັນທະ. ສັງ. ໑໗/໕໐/໘໓.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ