ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໕໑
ໄວພົຈນ໌ຂອງນິພພານ
(໓໒ ຄໍາ)
ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ນິພພານ ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ນິພພານ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ນິພພານ.
- ສລາ. ສັງ. ໑໘/໔໕໒/໗໔໑.
ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ອະສັງຂະຕະ (ສິ່ງທີ່ບໍ່ຖືກອັນໃດປຸງແຕ່ງ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອະສັງຂະຕະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອະສັງຂະຕະ.
- ສລາ. ສັງ. ໑໘/໔໔໑/໖໗໔.
ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ອະນະຕະ (ສິ່ງຊຶ່ງອັນໃດໆນ້ອມໄປບໍ່ໄດ້) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອະນະຕະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
໔໕໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອະນະຕະ.
- ສລາ. ສັງ. ໑໘/໔໕໐/໗໒໐.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອະນາສະວະ (ສິ່ງທີ່ບໍ່ມີອາສະວະ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອະນາສະວະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອະນາສະວະ.
- ສລາ. ສັງ. ໑໘/໔໕໐/໗໒໑.
ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ສັຈຈະ (ຂອງຈິງ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ສັຈຈະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ສັຈຈະ.
- ສລາ. ສັງ. ໑໘/໔໕໐/໗໒໒.
ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ປາຣະ (ຝັ່ງນອກ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ປາຣະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໕໓
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ປາຣະ.
- ສລາ. ສັງ. ໑໘/໔໕໐/໗໒໓.
ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ນິປຸນະ (ຂອງລະອຽດ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ນິປຸນະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ນິປຸນະ.
- ສລາ. ສັງ. ໑໘/໔໕໐/໗໒໔.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ສຸທຸດທະສະ (ຂອງເຫັນໄດ້ຍາກຢ່າງຍິ່ງ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ສຸທຸດທະສະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ສຸທຸດທະສະ.
- ສລາ. ສັງ. ໑໘/໔໕໐/໗໒໕.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອະຊັດຊະຣະ (ຂອງທີ່ບໍ່ຜຸຜຸ່ຍ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອະຊັຊຊະຣະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ ;
໔໕໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອະຊັດຊະຣະ.
- ສລາ. ສັງ. ໑໘/໔໕໐/໗໒໖.
ພິກຂຸ ທ. ເຮົາຈະສະແດງຊຶ່ງ ທຸວະ (ຂອງຢັ້ງຢືນ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ທຸວະ ເປັນແນວໃດໜໍ ?








