ສາທະຍາຍ
ໜ້າ/ 54
ອີກປະການນຶ່ງ ພິກຂຸທັງຫຼາຍທີ່ເປັນພຣະຫູສູຕ ມີການສຶກສາຫຼາຍ, ຊົງທັມ ຊົງວິນັຍ ຊົງມາຕິກາ, ຍ່ອມບອກພຣະສູຕແກ່ຜູ້ອື່ນໂດຍເຄົາຣົບ, ເມື່ອພິກຂຸເຫຼົ່ານັ້ນລວງຫຼັບໄປພຣະສູຕກໍບໍ່ຂາດມູນຮາກ, ມີຫຼັກຖານຢູ່ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍທີ່ເປັນພຣະເຖຣະເປັນຜູ້ບໍ່ມັກມາກ, ປະພຶດບໍ່ຫຍ່ອນຍານ ປະຖິ້ມທຸລະໃນການລ່ວງລະເມີດ, ເປັນຫົວໜ້າໃນທາງວິເວກ, ປາຣົບຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ, ເພື່ອບັນລຸທັມທີ່ຍັງບໍ່ທັນໄດ້ບັນລຸ, ເພື່ອເຮັດໃຫ້ແຈ້ງເຊິ່ງທັມທັງຫຼາຍທີ່ຍັງບໍ່ໄດ້ເຮັດໃຫ້ແຈ້ງ, ປະຊຸມຊົນລຸ່ນຫຼັງຍ່ອມຖືເອົາພິກຂຸເຫຼົ່ານັ້ນເປັນແບບຢ່າງ, ປະຊຸມຊົນເຫຼົ່ານັ້ນກໍເປັນຜູ້ບໍ່ມັກມາກ ບໍ່ປະພຶດຫຍ່ອນຍານ, ປະຖິ້ມທຸລະໃນການລ່ວງລະເມີດ ເປັນຫົວໜ້າໃນທາງວິເວກ, ປາຣົບຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ, ເພື່ອບັນລຸທັມທີ່ຍັງບໍ່ທັນໄດ້ບັນລຸ, ເພື່ອເຮັດໃຫ້ແຈ້ງເຊິ່ງທັມທັງຫຼາຍທີ່ຍັງບໍ່ໄດ້ເຮັດໃຫ້ແຈ້ງ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ສົງຄ໌ຍ່ອມສະມັກສະມານກັນດີ, ຊື່ມຊົມຕໍ່ກັນ ບໍ່ຜິດຖຽງກັນ, ມີອຸເທດເປັນຢ່າງດຽວກັນ ຢູ່ສະບາຍ, ກໍເມື່ອສົງຄ໌ສະມັກສະມານກັນດີ, ບໍ່ມີການດ່າກັນແລະກັນ ບໍ່ຕິຕຽຽກັນແລະກັນ, ບໍ່ມີການແຂ່ງຂັນກັນແລະກັນ ບໍ່ປະຖິ້ມກັນແລະກັນ, ໃນເຫດການເຊັ່ນນັ້ນ, ຄົນຜູ້ບໍ່ເຫຼືອມໃສຍ່ອມເຫຼືອມໃສ, ແລະ ຄົນບາງພວກທີ່ເຫຼືອມໃສແລ້ວ ຍ່ອມເຫຼືອມໃສຍິ່ງຂຶ້ນໄປ, ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ.
ດູຣາພິກຂຸທັງຫຼາຍ ! ທັມ 15 ປະການນີ້ແລ, ຍ່ອມເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ ທັມ.
13.ພະຫຸທາຕຸກະສູຕ
ພຣະໄຕຣປິດົກ ສະບັບຫຼວງ ເຫຼັ້ມທີ່14.133.234
ດູຣາພິກຂຸທັງຫຼາຍ ! ພັຍບໍ່ວ່າສະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ, ຍ່ອມເກີດຂຶ້ນແຕ່ຄົນພາລ ບໍ່ໄດ້ເກີດຂຶ້ນຈາກບັນດິຕ, ອຸປັດທະວະບໍ່ວ່າສະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ, ຍ່ອມເກີດຂຶ້ນແຕ່ຄົນພາລ ບໍ່ໄດ້ເກີດຂຶ້ນຈາກບັນດິຕ, ອຸປະສັກບໍ່ວ່າສະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ, ຍ່ອມເກີດຂຶ້ນແຕ່ຄົນພາລ ບໍ່ໄດ້ເກີດຂຶ້ນແຕ່ບັນດິຕ.
ດູຣາພິກຂຸທັງຫຼາຍ ! ໄຟລຸກລາມແລ້ວແຕ່ເຮືອນໄມ້ອໍ້ ຫຼື ເຮືອນຫຍ້າ, ຍ່ອມໄມ້ໄດ້ແມ່ນກະທັງເຮືອນຍອດທີ່ໂບກດ້ວຍປູນ, ມີບານປະຕູສະນິດປິດປ່ອງອ້ຽມໄວ້ ສັນໃດ.
ດູຣາພິກຂຸທັງຫຼາຍ ! ສັນນັ້ນເໝືອນກັນແລ, ພັຍບໍ່ວ່າສະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ, ຍ່ອມເກີດຂຶ້ນແຕ່ຄົນພາລ ບໍ່ໄດ້ເກີດຂຶ້ນຈາກບັນດິຕ, ອຸປັດທະວະບໍ່ວ່າສະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ, ຍ່ອມເກີດຂຶ້ນແຕ່ຄົນພາລ ບໍ່ໄດ້ເກີດຂຶ້ນຈາກບັນດິຕ, ອຸປະສັກບໍ່ວ່າສະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ, ຍ່ອມເກີດຂຶ້ນແຕ່ຄົນພາລ ບໍ່ໄດ້ເກີດຂຶ້ນແຕ່ບັນດິຕ.
ດູຣາພິກຂຸທັງຫຼາຍ ! ດັ່ງນີ້ຄົນພາລຈຶ່ງມີພັຍສະເພາະໜ້າ, ບັນດິຕບໍ່ມີພັຍສະເພາະໜ້າ, ຄົນພາລຈຶ່ງມີອຸປັດທະວະ ບັນດິຕບໍ່ມີອຸປັດທະວະ, ຄົນພາລຈຶ່ງມີອຸປັດສັກ ບັນດິຕບໍ່ມີອຸປະສັກ, ພັຍ ອຸປັດທະວະ ອຸປະສັກ ບໍ່ໄດ້ມີຈາກບັນດິຕ.
ດູຣາພິກຂຸທັງຫຼາຍ ! ເພາະສະນັ້ນແລ, ພວກເຈົ້າຈົ່ງສຶກສາໄວ້ຢ່າງນີ້ເຖິດວ່າ, ເຮົາຈະເປັນບັນດິຕ.
ຂ້າແຕ່ພຣະອົງຜູ້ຈະເລີນ ຄວນຈະເອີ້ນວ່າ ,ພິກຂຸເປັນບັນດິຕ ມີປັນຍາພິຈາລະນາ ດ້ວຍເຫດພຽງເທົ່າໃດໜໍຂະນ້ອຍ.
ດູຣາອານົນທ໌ ! ເພາະພິກຂຸສະຫຼາດໃນເລື່ອງທາຕ, ໃນເລື່ອງອາຍະຕະນະ, ໃນເລື່ອງປະຕິຈຈະສະມຸບປະບາທ, ສະຫຼາດໃນຖານະແລະອະຖານະ.
ດູຣາອານົນທ໌ ! ດ້ວຍເຫດເທົ່ານີ້ແລ, ຈຶ່ງຄວນເອີ້ນໄດ້ວ່າພິກຂຸເປັນບັນດິຕ, ມີປັນຍາພິຈາລະນາ.
ຂ້າແຕ່ພຣະອົງຜູ້ຈະເລີນ ຄວນຈະເອີ້ນວ່າ, ພິກຂຸສະຫຼາດໃນເລື່ອງທາຕ ດ້ວຍເຫດພຽງເທົ່າໃດໜໍຂະນ້ອຍ.
ດູຣາອານົນທ໌ ! ທາຕນີ້ມີ 18 ຢ່າງແລ ໄດ້ແກ່:








