ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ມະຫາຣາຊ ! ອະຣິຍະສາວົກຜູ້ມີຈິຕດຳເນີນໄປຕົງ ເພາະປາຣົບຈາຄະ ຍ່ອມໄດ້ຄວາມຮູ້ອັຕຖະ ຍ່ອມໄດ້ຄວາມຮູ້ທັມ ຍ່ອມໄດ້ຄວາມປາໂມຊອັນປະກອບດ້ວຍທັມ ປີຕິຍ່ອມເກີດແກ່ອະຣິຍະສາວົກຜູ້ມີຄວາມປາໂມຊ ກາຍຂອງອະຣິຍະສາວົກຜູ້ມີໃຈປະກອບດ້ວຍປີຕິ ຍ່ອມສະງົບ ອະຣິຍະສາວົກຜູ້ມີກາຍ ສະງົບແລ້ວ ຍ່ອມສະເຫວີຍສຸຂ ຈິຕຂອງອະຣິຍະສາວົກຜູ້ມີສຸຂຍ່ອມຕັ້ງໝັ້ນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ມະຫາຣາຊ ! ອະຣິຍະສາວົກນີ້ເຮົາກ່າວວ່າ ເປັນຜູ້ເຖິງຄວາມສະງົບຢູ່ໃນໝູ່ສັຕຜູ້ເຖິງຄວາມບໍ່ສະງົບ ເປັນຜູ້ບໍ່ມີຄວາມພະຍາບາດຢູ່ໃນໝູ່ສັຕຜູ້ມີຄວາມພະຍາບາດ ເປັນຜູ້ເຖິງພ້ອມດ້ວຍກະແສທັມຈະເຣີນຈາຄານຸສສະຕິ.

ມະຫາຣາຊ ! ພຣະອົງ ຈົ່ງຈະເຣີນຈາຄານຸສສະຕິນີ້ ແມ່ນເມື່ອຍ່າງຢູ່ ຈົ່ງຈະເຣີນ ແມ່ນເມື່ອຢືນຢູ່ ຈົ່ງຈະເຣີນ ແມ່ນເມື່ອນັ່ງຢູ່ ຈົ່ງຈະເຣີນ ແມ່ນເມື່ອນອນຢູ່ ຈົ່ງຈະເຣີນ ແມ່ນເມື່ອກຳລັງເຮັດວຽກທຳງານຢູ່ ຈົ່ງຈະເຣີນ ແມ່ນເມື່ອນອນບຽດ (ແຫຍ້)ບຸຕຢູ່ເທິງທີ່ນອນ.

ເຫດເກີດຂຶ້ນແຫ່ງທານ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ເຫດໃນການໃຫ້ທານ (ນັຍທີ ໑) ໒໙

- ບາລີ ອັຕຖກ. ອັງ. ໒໓/໒໔໐/໑໒໑.

ພິກຂຸທັງຫຼາຍ ! ການໃຫ້ ໘ ປະການເຫຼົ່ານີ້ ມີຢູ່ ໘ ປະການເປັນແນວໃດ ຄື

(໑) ບາງຄົນຫວັງໄດ້ຈຶ່ງໃຫ້ທານ

(໒) ບາງຄົນໃຫ້ທານເພາະຢ້ານ

(໓) ບາງຄົນໃຫ້ທານເພາະນຶກວ່າເຂົາໃຫ້ແກ່ເຮົາແລ້ວ

(໔) ບາງຄົນໃຫ້ທານເພາະນຶກວ່າເຂົາຈັກໃຫ້ຕອບແທນ

(໕) ບາງຄົນໃຫ້ທານເພາະນຶກວ່າທານເປັນການດີ

(໖) ບາງຄົນໃຫ້ທານເພາະນຶກວ່າເຮົາຫຸງຫາກິນ ຊົນເຫຼົ່ານີ້ຫຸງຫາກິນບໍ່ໄດ້ ເຮົາຫຸງຫາກິນໄດ້ ຈະບໍ່ໃຫ້ທານແກ່ຊົນເຫຼົ່ານີ້ ຜູ້ບໍ່ຫຸງຫາກິນ ບໍ່ສົມຄວນ

(໗) ບາງຄົນໃຫ້ທານເພາະນຶກວ່າ ເມື່ອເຮົາໃຫ້ທານກິຕຕິສັບອັນງາມ ຍ່ອມລືຊາແຜ່ກະຈາຍໄປ

(໘) ບາງຄົນໃຫ້ທານເພື່ອປະດັບຈິຕ ປຸງແຕ່ງຈິຕ

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ການໃຫ້ ໘ ປະການ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ເຫດໃນການໃຫ້ທານ (ນັຍທີ ໒) ໓໐

- ບາລີ ອັຕຖກ. ອັງ. ໒໓/໒໔໐/໑໒໓.

ພິກຂຸທັງຫຼາຍ ! ທານວັຕຖຸ ໘ ປະການເຫຼົ່ານີ້ ມີຢູ່ ໘ ປະການ ເປັນແນວໃດ ຄື

(໑) ບາງຄົນໃຫ້ທານເພາະຖືກໃຈກັນ

(໒) ບາງຄົນໃຫ້ທານເພາະໃຈຮ້າຍ

(໓) ບາງຄົນໃຫ້ທານເພາະຫຼົງ

(໔) ບາງຄົນໃຫ້ທານເພາະຢ້ານ

(໕) ບາງຄົນໃຫ້ທານເພາະນຶກວ່າບິດາມານດາ ປູ່ຍ່າຕານາຍເຄີຍໃຫ້ມາ ເຄີຍເຮັດມາ ເຮົາບໍ່ຄວນເຮັດໃຫ້ເສຍປະເພນີ

(໖) ບາງຄົນໃຫ້ທານເພາະນຶກວ່າເຮົາໃຫ້ທານນີ້ແລ້ວ ເມື່ອຕາຍໄປຈັກເຂົ້າເຖິງສຸຄະຕິໂລກສະຫວັນ

(໗) ບາງຄົນໃຫ້ທານເພາະນຶກວ່າ ເມື່ອເຮົາໃຫ້ທານນີ້ຈິຕຍ່ອມເຫຼື້ອມໃສ ຄວາມເບີກບານໃຈ ຄວາມດີໃຈ ຍ່ອມເກີດຕາມລຳດັບ

(໘) ບາງຄົນໃຫ້ທານເພື່ອປະດັບຈິຕ ປຸງແຕ່ງຈິຕ

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ທານວັຕຖຸ ໘ ປະການ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ເຫຕໃນການໃຫ້ທານ (ນັຍທີ ໓) ໓໑

- ບາລີ ປັນຈກ. ອັງ. ໒໒/໔໔/໓໖.

ພິກຂຸທັງຫຼາຍ ! ກາລະທານ ໕ ປະການເຫຼົ່ານີ້ ມີຢູ່ ໕ ປະການເປັນແນວໃດ ຄື

(໑) ໃຫ້ທານແກ່ຜູ້ມາສູ່ຖິ່ນຂອງຕົນ

(໒) ໃຫ້ທານແກ່ຜູ້ຕຽມຈະໄປ

(໓) ໃຫ້ທານແກ່ຜູ້ປ່ວຍໄຂ້

(໔) ໃຫ້ທານໃນສະມັຍເຂົ້າອຶດຢາກໝາກແພງ

(໕) ໃຫ້ເຂົ້າໃໝ່ແລະໝາກໄມ້ໃໝ່ແກ່ຜູ້ມີສີລກ່ອນ

ພິກຂຸທັງຫຼາຍ ! ນີ້ແລ ກາລະທານ ໕ ປະການ.

(ຄາຖາຜະນວກທ້າຍພຣະສູຕ)

ຜູ້ມີປັນຍາຮອບຮູ້ແລະປາສະຈາກຄວາມຂີ້ຖີ່

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ