ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໑ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ຂອງທີ່ເຂົາໃຫ້ ຫວັງແຕ່ຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ຂອງທີ່ເຂົາໃຫ້ ຫວັງແຕ່ຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໒ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຄືນໜຶ່ງກັບວັນໜຶ່ງ ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໓ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຊີວິຕ; ໃນວັນນີ້ ເຮົາກໍລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໔ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຊີວິຕ; ໃນວັນນີ້ ເຮົາກໍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໕ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໖ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.








