ຄະຣາວາສຊັ້ນເລີດ
ໜ້າ/ 41
ເມື່ອຄິດຟຸ້ງຊ້ານ ຍ່ອມບໍ່ສັງລວມ
ເມື່ອບໍ່ສັງລວມ ຈິຕຍ່ອມອອກຫ່າງຈາກສະມາທິ”
- ບາລີ ສັຕຕກ. ອັງ. ໒໓/໘໙/໕໘.
ຄະຣາວາສຊັ້ນເລີດ
ວາຈາຂອງສະໃພ້ໃໝ່ ໑໗
- ບາລີ ຈຕຸກກ. ອັງ. ໒໑/໑໐໐/໗໓.
ພິກຂຸທັງຫຼາຍ ! ປຽບເໝືອນຍິງສະໃພ້ໃໝ່ອັນເຂົາຫາກໍນຳມາຊົ່ວຄືນຊົ່ວວັນ ຕະຫຼອດເວລາເທົ່ານັ້ນ ກໍຍັງມີຄວາມລະອາຍ ແລະຄວາມຢ້ານທີ່ດຳຣົງໄວ້ໄດ້ຢ່າງເຂັ້ມແຂງ ໃນແມ່ຜົວດ້ວຍ ໃນພໍ່ຜົວດ້ວຍ ໃນສາມີດ້ວຍ ແມ່ນໃນທີ່ສຸດແຕ່ໃນທາສກຳມະກອນຄົນໃຊ້.
ຄັນຜ່ານໄປໂດຍສະໄໝອື່ນ ເພາະອາໄສຄວາມຄຸ້ນເຄີຍກັນ ຍິງສະໃພ້ນັ້ນ ກໍຮ້າຍທັ່ງໃສ່ແມ່ຜົວແດ່ ພໍ່ຜົວແດ່ ແມ່ນແຕ່ກັບສາມີວ່າ “ຫຼີກໄປໆ ພວກສູຈະຮູ້ອັນໃດ” ນີ້ເຊັ່ນໃດ;
ພິກຂຸທັງຫຼາຍ ! ຂໍ້ນີ້ກໍເຊັ່ນນັ້ນ ພິກຂຸບາງອົງໃນທັມວິນັຍນີ້ ອອກບວດຈາກເຮືອນ ເປັນຜູ້ບໍ່ມີເຮືອນໄດ້ຊົ່ວຄືນຊົ່ວວັນ ຕະຫຼອດເວລາພຽງເທົ່ານັ້ນ ຫິຣິແລະໂອຕຕັບປະຂອງເຂົານັ້ນ ຍັງດຳຣົງຢູ່ຢ່າງເຂັ້ມແຂງ ໃນພິກຂຸ ໃນພິກຂຸນີ ໃນອຸບາສົກ ອຸບາສິກາ ແມ່ນທີ່ສຸດແຕ່ໃນຄົນວັຕແລະສາມະເນຣ.
ຄັນຜ່ານໄປໂດຍສະໄໝອື່ນ ເພາະອາໄສຄວາມຄຸ້ນເຄີຍກັນ ເຂົາກໍກ່າວດ່າທັ່ງໃສ່ອາຈາຣຍ໌ແດ່ ອຸປັດຊາແດ່ວ່າ “ຫຼີກໄປໆ ພວກທ່ານຈະຮູ້ອັນໃດ” ດັ່ງນີ້.
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້
ພວກເຈົ້າທັງຫຼາຍຈົ່ງທຳການຝຶກຫັດສຶກສາດັ່ງນີ້ວ່າ
“ເຮົາຈັກຢູ່ຢ່າງມີຈິຕສະເໝີກັນກັບຍິງສະໃພ້ໃໝ່ ຜູ້ມາແລ້ວບໍ່ດົນ” ດັ່ງນີ້.
ຄະຣາວາສຊັ້ນເລີດ
ຕະຖາຄົຕຮູ້ແຈ້ງເຊິ່ງວາຈາໃດ ອັນຈິງ ອັນແທ້
ປະກອບດ້ວຍປະໂຍຊນ໌ ແຕ່ບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ
ຕະຖາຄົຕຍ່ອມເລືອກໃຫ້ເໝາະກາລະ
ເພື່ອກ່າວວາຈານັ້ນ.
- ບາລີ ມ. ມ. ໑໓/໙໑/໙໔.
ຄະຣາວາສຊັ້ນເລີດ
ວາຈາທີ່ບໍ່ມີໂທສ ໑໘
- ບາລີ ປັນຈກ. ອັງ. ໒໒/໒໗໑/໑໙໘.
ພິກຂຸທັງຫຼາຍ ! ວາຈາອັນປະກອບດ້ວຍອົງຄ໌ ໕ ປະການ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸບພາສິຕ ເປັນວາຈາບໍ່ມີໂທສ ແລະວິນຍູຊົນບໍ່ຕິຕຽນ.
ອົງຄ໌ ໕ ປະການ ແນວໃດໜໍ ? ໕ ປະການ ຄື:
໑. ກ່າວແລ້ວຄວນແກ່ເວລາ (ກາເລນະ ພາສິຕາ ໂຫຕິ).
໒. ກ່າວແລ້ວຕາມສັຈຈິງ (ສັຈຈະ ພາສິຕາ ໂຫຕິ).
໓. ກ່າວແລ້ວຢ່າງອ່ອນຫວານ (ສັນຫາ ພາສິຕາ ໂຫຕິ).
໔. ກ່າວແລ້ວຢ່າງປະກອບດ້ວຍປະໂຍຊນ໌
(ອັຕຖະສັນຫິຕາ ພາສິຕາ ໂຫຕິ).
໕. ກ່າວແລ້ວດ້ວຍເມຕຕາຈິຕ
(ເມຕັຕຕະຈັຕເຕນະ ພາສິຕາ ໂຫຕິ).
ພິກຂຸທັງຫຼາຍ ! ວາຈາອັນປະກອບດ້ວຍອົງ ໕ ປະການ ເຫຼົ່ານີ້ແລ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸບພາສິຕ ເປັນວາຈາບໍ່ມີໂທສ ແລະວິນຍູຊົນບໍ່ຕິຕຽນ.
ຄະຣາວາສຊັ້ນເລີດ
ອັນໜຶ່ງ ຄົນເຮົາເມື່ອມີການຢູ່ຮ່ວມກັນ
ກັບຄົນທີ່ສະອາດຫຼືຄົນທີ່ບໍ່ສະອາດກໍຕາມ
ຕ້ອງມີສະຕິກໍາກັບຢູ່ສະເໝີ
ແຕ່ນັ້ນຈົ່ງສາມັກຄີຕໍ່ກັນ
ມີປັນຍາກະທໍາທີ່ສຸດທຸກຂ໌ແຫ່ງຕົນ ເທີ້ນ.
- ບາລີ ອັຕຖກ. ອັງ. ໒໓/໑໗໐/໑໐໐.
ຄະຣາວາສຊັ້ນເລີດ
ຄູ່ບຸບເພສັນນິວາສ ໑໙
- ບາລີ ຈຕຸກກ. ອັງ. ໒໑/໘໑/໕໖.
ພິກຂຸທັງຫຼາຍ ! ຖ້າພັນຣະຍາແລະສາມີທັງສອງຍັງຫວັງພົບກັນແລະກັນທັງໃນປັດຈຸບັນ ແລະສັມປະຣາຍະພົບທັງສອງນັ້ນ ຈົ່ງເປັນຜູ້ມີສັດທາສະເໝີກັນ ມີສີລສະເໝີກັນ ມີຈາຄະສະເໝີກັນ ມີປັນຍາສະເໝີກັນ ພັນຣະຍາແລະສາມີທັງສອງນັ້ນ ຍ່ອມໄດ້ພົບກັນແລະກັນທັງໃນປັດຈຸບັນ ທັງໃນສັມປະຣາຍະພົບ.








